ພາຍໃຕ້ການນຳພາຂອງພັກ ສະຖາບັນການຕ່າງປະເທດມີຜົນສໍາເລັດຫຼາຍດ້ານ

ພາຍໃຕ້ການນຳພາຂອງພັກ ສະຖາບັນການຕ່າງປະເທດມີຜົນສໍາເລັດຫຼາຍດ້ານ

ພາຍໃຕ້ການນຳພາຂອງພັກ ສະຖາບັນການຕ່າງປະເທດມີຜົນສໍາເລັດຫຼາຍດ້ານ
ໂດຍ: ສຳນານ ພົມພັກດີ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025) ສະຫາຍ ນາງ ວິທະຍາ ໄຊຍະວົງ ເລຂາໜ່ວຍພັກ ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ

ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ວັນທີ 22 ມີນາ 2025 ເປັນວາລະຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຖືເອົາປີນີ້ ເປັນປີສໍາຄັນເພື່ອສະເຫຼີມສະຫຼອງລະນຶກເຖິງວິລະກໍາອັນລໍ້າເລີດຂອງບັນດາຜູ້ສ້າງຕັ້ງ ແລະ ນໍາພາພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ດັ່ງທີ່ຮູ້ນໍາກັນແລ້ວວ່າ ພັກປະຊາຊົນ ປະຕິວັດລາວ ໄດ້ກໍາເນີດເກີດຂຶ້ນ ຈາກພັກກອມມູນິດອິນດູຈີນ, ຊຶ່ງໄດ້ນໍາພາການຕໍ່ສູ້ກູ້ຊາດຂອງສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ຕົກຢູ່ພາຍໃຕ້ການຮຸກຮານ ແລະ ຢຶດຄອງຂອງພວກລ່າເມືອງຂຶ້ນ. ເພື່ອຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ມັນມີຄວາມຈໍາເປັນທີ່ກໍາລັງປະຕິວັດໃນອິນດູຈີນພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ຕ້ອງມີການວາງຍຸດທະສາດ, ຍຸດໂທບາຍ ເພື່ອໃຫ້ແທດເໝາະກັບສະພາບການໄລຍະໃໝ່, ໃນປີ 1955 ຈຶ່ງສ້າງຕັ້ງພັກປະຊາຊົນ ປະຕິວັດລາວຂຶ້ນ ເພື່ອນໍາພາການປະຕິວັດຊາດປະຊາທິປະໄຕໃນລາວ ໃຫ້ປະສົບຜົນສໍາເລັດ. ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ເປັນຂີດໝາຍປະຫວັັດສາດ ແລະ ຍຸດທະສາດສໍາຄັນຍິ່ງຂອງປະຫວັດສາດການຕໍ່ສູ້ກູ້ຊາດ ແລະ ປະຫວັດສາດການເມືອງລາວ. ນັບແຕ່ນັ້ນມາ ຂະບວນການຕໍ່ສູ້ຂອງປະຊາຊົນລາວ ຕ້ານພວກລ່າເມືອງຂຶ້ນ ທີ່ມີພັກຂອງຕົນເອງນໍາພາ ສາມາດເຕົ້າໂຮມຄວາມສາມັກຄີຊາດ ແລະ ຍາດໄດ້ທຸກໄຊຊະນະ, ຕະຫຼອດ 70 ປິຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາການປະຕິວັດລາວ ແລະ ການສ້າງສາພັດທະນາປະເທດຊາດ ປະສົບຜົນສໍາເລັດຍິ່ງໃຫຍ່. ພັກເວລາໃດກໍເອົາໃຈໃສ່ຊີ້ນໍາ-ນໍາພາປວງຊົນລາວທັງຊາດ ເຮັດໜ້າທີ່ຂອງຕົນເປັນກ້າວໆມາ ດ້ວຍຄວາມພາກພູມໃຈ ເປັນຕົ້ນແມ່ນ ສາມາດປົກປັກຮັກສາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີຮັກແພງກັນໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາປະເທດ ສປປ ລາວ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ.

ສະຫາຍ ນາງ ວິທະຍາ ໄຊຍະວົງ ກ່າວຕື່ມວ່າ: ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງ ຂອງກະຊວງການຕ່າງປະເທດ, ໜ່ວຍພັກສະຖາບັນການຕ່າງປະເທດ ໄດ້ເອົາໃຈໃສ່ສູ້ຊົນຜັນຂະຫຍາຍບັນດາທິດນໍາ ແລະ ມະຕິ XI ຂອງພັກ ໃຫ້ກາຍເປັນແຜນງານແຜນການທີ່ເປັນຮູບປະທໍາ, ຮັບປະກັນຄວາມເປັນເອກະພາບ ແລະ ສົ່ງເສີມການເຄື່ອນໄຫວວຽກງານການທູດ ສປປ ລາວ ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ເອົາໃຈໃສ່ສົ່ງເສີມວຽກວິຊາສະເພາະ ໃຫ້ຮັບປະກັນຄວາມສອດຄ່ອງກັບຫຼັກການ, ຄວາມຕໍ່ເນື່ອງ ແລະ ແທດເໝາະຄວາມເປັນຈິງ ແລະ ສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ: ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ວຽກວິຊາສະເພາະ, ການປັບປຸງ-ກໍ່ສ້າງພະນັກງານ ແລະ ດ້ານອົງການຈັດຕັ້ງມະຫາຊົນ. ໂດຍສະເພາະດ້ານການເມືອງ-ແນວຄິດ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ ແລະ ຖືສໍາຄັນປຸກລະດົມສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມບັນດາເອກະສານຕ່າງໆ ເຮັດໃຫ້ສະມາຊິກໜ່ວຍພັກ ກໍາແໜ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ຂໍ້ກຳນົດກົດໝາຍຂອງລັດ, ເປັນເຈົ້າການໃນການຫັນແນວທາງນະໂຍບາຍຂອງພັກ ແລະ ມະຕິຄໍາສັ່ງຕ່າງໆ ຂອງອົງຄະນະພັກຂັ້ນເທິງມາໝູນໃຊ້ເປັນແຜນການ, ແຜນວຽກ ແລະ ໂຄງການຢ່າງລະອຽດ ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບໜ້າທີ່ການເມືອງ ແລະ ເງື່ອນໄຂຕົວຈິງຂອງໜ່ວຍພັກສະຖາບັນການຕ່າງປະເທດ, ສ້າງໄດ້ຄວາມຈົງຮັກພັກດີຕໍ່ພັກ, ເດັດດ່ຽວຕໍ່ຕ້ານທຸກກົນອຸບາຍມ້າງເພຂອງສັດຕູ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ຊຶ່ງເຫັນໄດ້ວ່າສະມາຊິກພັກທຸກສະຫາຍມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ແລະ ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີຄວາມເປັນເອກະພາບສູງຕໍ່ກັບແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມທັງຢຶດໝັ້ນອຸດົມການຈຸດໝາຍສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ.

ໃນຂະດຽວກັນດ້ານວຽກງານວິຊາສະເພາະ, ໄດ້ປະກອບສ່ວນໃນການສ້າງຊັບພະຍາກອນມະນຸດຂອງ ສປປ ລາວ, ສະຖາບັນໄດ້ສໍາເລັດການຈັດຝຶກອົບຮົມ ໃນຫຼາກຫຼາຍຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ສໍາລັບພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງ ຈໍານວນ 24 ຊຸດ, ລວມຈໍານວນຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 522 ສະຫາຍ; ສໍາລັບວຽກງານຄົ້ນຄວ້າໄດ້ມີການຂຽນບົດຄວາມ-ບົດຄົ້ນຄວ້າ ທັງພາສາລາວ ແລະ ອັງກິດ, ຂຽນປື້ມ, ຂຶ້ນຫ້ອງບັນຍາຍ, ຕິດຕາມສະພາບການພາກພື້ນ-ສາກົນ ແລະ ຍັງໄດ້ສ້າງຕັ້ງ ສະໂມສອນນັກການທູດລາວ ຂຶ້ນ ເພື່ອເປັນເວທີເຕົ້າໂຮມເອົາບັນດາອະດີດເອກອັກຄະລັດຖະທູດ ແລະ ນັກການທູດລາວປຶກສາຫາລື, ແລກປ່ຽນ, ປະກອບຄໍາຄິດຄຳເຫັນຕໍ່ບັນຫາສະພາບທີ່ເຄັ່ງຮ້ອນຢູ່ໃນພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ມີການພົວພັນຮ່ວມມື ແລະ ເຄື່ອນໄຫວການທູດຊ່ອງທາງທີ 2 ໂດຍໄດ້ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບບັນດາສະຖາບັນຄົ້ນຄວ້າຕ່າງໆ ແລະ ອົງການຈັດຕັ້ງສາກົນ ຈໍານວນ 22 ສະບັບ, ຈັດກອງປະຊຸມສຳມະນາສາກົນຂອງເຄືອຂ່າຍຄັງປັນຍາສາກົນ, ຈັດກອງປະຊຸມ ແລະ ປາຖະກະຖາ ຮ່ວມກັບ ສະຖານທູດຕ່າງໆ, ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ສາກົນ ເພື່ອແລກປ່ຽນຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ນັກການທູດ-ນັກຄົ້ນຄວ້າລາວ ກໍຄື ພະນັກງານສະຖາບັນການຕ່າງປະເທດ ຫຼາຍກວ່າ 100 ຄັ້ງ ໃນແຕ່ລະປີ.

ໃນໂອກາດນີ້, ສະຫາຍ ນາງ ວິທະຍາ ໄຊຍະວົງ ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກ-ພະນັກງານ ສະຖາບັນການຕ່າງປະເທດທຸກສະຫາຍ ຂໍສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນ ຕໍ່ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຢ່າງຮອບດ້ານຂອງບັນດາການນໍາພັກ-ລັດ, ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະຫຼະ ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຂອງບັນດາການນໍາພັກແຕ່ລະຮຸ່ນ ຕໍ່ການນໍາພາການປະຕິວັດລາວ ຈົນສາມາດເຕົ້າໂຮມຄວາມສາມັກຄີຊາດ ແລະ ຍາດໄດ້ທຸກໄຊຊະນະ ພ້ອມທັງການສ້າງສາພັດທະນາປະເທດຊາດ, ຂໍອວຍພອນໃຫ້ບັນດາສະຫາຍການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ການເມືອງ ອັນມີກຽດສະຫງ່າ ແລະ ສືບຕໍ່ໃຫ້ທິດຊີ້ນໍາ ແກ່ບັນດາສະມາຊິກພັກທົ່ວປະເທດ ນໍາເອົາຜົນສໍາເລັດອັນໃຫຍ່ຫຼວງ ແລະ ສະຫງ່າງາມມາໃຫ້ປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ